ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບອາວຸດປືນຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ

ໃນພິທີ ທ່ານ ຄອນສະຫວັນ ເພັດພູທອນ ອາຊີບ ນັກທຸລະກິດ (ຫຼານຊາຍ) ຕາງໜ້າມອບອາວຸດຂອງທ່ານ ພົຕ ສຸດໃຈ ທໍາມະສິດ, ອະດີດລັດຖະມົນຕິກະຊວງປ້ອງກັນຄວາມສະຫງົບ (ເສຍຊີວິດ) ອາວຸດປືນທີ່ເອົາມາມອບມີປືນສັ້ນ ຈໍານວນ 2 ກະບອກ, ບັ້ງປືນ 03 ບັ້ງ, ລູກປືນ 40 ລຸກ ແລະ ປືນຍາວ ຈໍານວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລຸກປືນ 08 ລຸກ.

ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022 ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026.

ເປັນກຽດຮັບໂດຍ ຂອງ ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທາງໄດ້ລົງລາຍເຊັນບົດບັນທຶກມອບ-ຮັບພ້ອມທາງມອບໃບຊົມເຊີຍໃຫ້ແກ່ ທ່ານ  ຄອນສະຫວັນ ເພັດພູທອນ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີເປັນເຈົ້າການ,ມີຄວາມຮັບຜິດຊອບສູງ,ເຊີ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.