ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ແຈ້ງການ

ກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເລກທີ 9310/ ຄກຖ; ນະຄອນຫຼວງວຽງຈັນ, ວັນທີ 17 ພະຈິກ 2026
ແຈ້ງການ
ເຖິງ: ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ໃນຂອບເຂດນະຄອນຫຼວງວຽງຈັນ ທີ່ນັບຖື.
ເລື່ອງ: ການອອກບັດປະຈຳຕົວດີຈິຕ້ອນເຄື່ອນທີ່ຢູ່ສູນການຄ້າລາວໄອເຕັກ,
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ປກສ, ລົງວັນທີ 03 ມິຖຸນາ 2023;
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວພົນລະເມືອງ ສະບັບເລກທີ 1176/ປກສ ລົງວັນທີ 03 ມິຖຸນາ 2025;
ອີງຕາມ ແຈ້ງການ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ພົນລະເມືອງລາວມາເຮັດບັດ ປະຈໍາຕົວ ດີຈິຕ້ອນ ໃນຂອບເຂດທົ່ວປະເທດ ສະບັບເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025.
ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຂໍ້ມູນພົນລະເມືອງ ແລະ ອອກ ບັດປະຈຳຕົວ ດີຈິຕ້ອນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ກົມຄຸ້ມຄອງສໍາມະໂນ ຄົວ ແລະ ກໍ່ສ້າງຮາກຖານ ແຈ້ງການມາຍັງ ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ຊາບວ່າ: ໃນ ລະຫວ່າງວັນທີ 19 - 24 ພະຈິກ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈະລົງເກັບກຳຂໍ້ມູນອອກ ບັດປະຈຳຕົວດີຈີຕ້ອນເຄື່ອນທີ່ ຢູ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ລາຍລະອຽດມີດັ່ງນີ້:
ເອກະສານທີ່ຈະຕ້ອງກະກຽມມາມີຄື: ປື້ມສໍາມະໂນຄົວສະບັບຂອງແທ້, ກ໋ອບປີ 01 ຊຸດ ແລະ ເອກະສານເດີນທາງ, ບັດປະຈຳຕົວສີຂຽວ 01 ຊຸດ (ຖ້າມີ);
ຮ່າງແບບຟອມເກັບກຳຂໍ້ມູນບຸກຄົນແມ່ນສາມາດດາວໂຫຼດໄດ້ທີ່: laocensus.gov.la;
ເວລາເລີ່ມເຮັດວຽກ: ພາກເຊົ້າ 8:30 - 11:30 ໂມງ ແລະ ພາກແລງ 13:30 - 16:30 ໂມງ.
ດັ່ງນັ້ນ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງເພື່ອຊາບ ແລະ ມາເຮັດບັດປະຈຳຕົວຕາມ ແຈ້ງການສະບັບນີ້ດ້ວຍ.Photo