ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຊີ້ນຳວຽກງານວິຊາສະເພາະ ແລະ ວຽກງານກໍ່ສ້າງຮາກຖານການເມືອງ

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2026 ທີ່ຫ້ອງປະຊຸມຊັ້ນ IV ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ໄດ້ຈັດກອງປະຊຸມຊີ້ນຳວຽກງານວິຊາສະເພາະ ແລະ ວຽກງານກໍ່ສ້າງຮາກຖານການເມືອງຂຶ້ນ ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ມີຄະນະພັກກົມ, ຫ້ອງການກົມ, ບັນດາພະແນກ, ຄະນະກອງກໍ່ສ້າງຮາກຖານ 919 ພ້ອມດ້ວຍພະນັກງານ-ນັກຮົບ ໃນກອງກໍ່ສ້າງຮາກຖານການເມືອງ 919 ເຂົ້າຮ່ວມຢ່າງພ້ອມພຽງ.

Photo

ໃນກອງປະຊຸມ, ທ່ານ ພັນເອກ ສີພັນ ກູ້ກຽດ ໄດ້ຂຶ້ນຜ່ານແຜນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຢູ່ນະຄອນຫຼວງວຽງຈັນ. ຈາກນັ້ນ, 

Photo

ທ່ານ ພັນໂທ ໄຊພອນ ສຸພາທອງ ຫົວໜ້າກອງກໍ່ສ້າງຮາກຖານ 919 ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຂອງກອງກໍ່ສ້າງຮາກຖານ 919 ໃນໄລຍະ 1 ປີຜ່ານມາ; ເຊິ່ງກອງກໍ່ສ້າງຮາກຖານ 919 ປະກອບມີກຳລັງພົນທັງໝົດ 131 ສະຫາຍ, ໄດ້ຊັບຊ້ອນລົງຮາກຖານປະຈຳຢູ່ຫ້ອງການ ປກສ ກຸ່ມ ຈຳນວນ 45 ກຸ່ມບ້ານ ແລະ ລົງຮັບຜິດຊອບປະຈຳບ້ານມີ 112 ບ້ານ ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ.

ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະກອງ ແລະ ພະນັກງານ-ນັກຮົບ ໄດ້ສຸມໃສ່ປຸກລະດົມອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ຄຸ້ມຄອງສຳມະໂນຄົວ ແລະ ການເໜັງຕີງຂອງພົນລະເມືອງ ໃນຈຳນວນພົນລະເມືອງທົ່ວນະຄອນຫຼວງວຽງຈັນ 914,798 ຄົນ, ຍິງ 482,172 ຄົນ (191,190 ຄອບຄົວ, 481 ບ້ານ); ໃນນັ້ນ ໄດ້ເກັບກຳຄົນເພີ່ມ 20,355 ຄົນ (ເກີດໃໝ່ 9,198 ຄົນ, ຍ້າຍມາ 11,157 ຄົນ), ຄົນຫຼຸດ 6,534 ຄົນ (ເສຍຊີວິດ 1,773 ຄົນ, ຍ້າຍອອກ 4,761 ຄົນ) ແລະ ຄົນມາພັກເຊົາຊົ່ວຄາວ 44,880 ຄົນ; ພ້ອມທັງກວດກາຂຶ້ນບັນຊີຄຸ້ມຄອງບັນດາຫົວໜ່ວຍອາຊີບພິເສດຢ່າງເຂັ້ມງວດ.

ຄຽງຄູ່ກັນນັ້ນ, ຍັງໄດ້ສົມທົບກັບກຳລັງ ປກສ ນະຄອນຫຼວງວຽງຈັນ ປັບປຸງອຳນາດການປົກຄອງບ້ານສຳເລັດ 481 ບ້ານ, ສ້າງບົດບັນທຶກສັນຍາຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 199,266 ຄອບຄົວ, ປະເມີນສຳເລັດ 147,617 ຄອບຄົວ ແລະ ໄດ້ຮັບການຢັ້ງຢືນປະກາດເປັນບ້ານປ້ອງກັນຄວາມສະຫງົບດີແລ້ວ 411 ບ້ານ, ພ້ອມທັງປັບປຸງ ແລະ ຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ກຳລັງ ປກສ ບ້ານ ຈຳນວນ 5,531 ຄົນ ສຳເລັດທຸກບ້ານ. ນອກນີ້, ຍັງໄດ້ປະກອບສ່ວນປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໃຫ້ມີຄວາມສະຫງົບປອດໄພຮ້ອຍສ່ວນຮ້ອຍ; ສົມທົບແກ້ໄຂປະກົດການຫຍໍ້ທໍ້ໄດ້ 751 ເລື່ອງ ຈາກທັງໝົດ 1,212 ເລື່ອງ, ກັກຕົວເປົ້າໝາຍໄດ້ 1,809 ຄົນ; ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມ້າງເປົ້າໝາຍ ແລະ ແກ້ໄຂຈຸດມົ້ວສຸມໄດ້ 366 ເລື່ອງ, ກັກຕົວຜູ້ຖືກຫາ 719 ຄົນ ພ້ອມດ້ວຍຂອງກາງຢາເສບຕິດ 174 ລ້ານກວ່າເມັດ, ອາວຸດເສິກ ແລະ ພາຫະນະຈຳນວນຫຼາຍ; ຕະຫຼອດຮອດການລົງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ແລະ ຂຶ້ນທະບຽນເຮືອຫາປາກັບຊາວປະມົງລຽບຕາມຊາຍແດນແມ່ນ້ຳຂອງ ໃນ 6 ຕົວເມືອງ. 

ສຳລັບທິດທາງແຜນການໃນຕໍ່ໜ້າ, ກອງກໍ່ສ້າງຮາກຖານ 919 ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີຄວາມໜັກແໜ້ນ, ເຂັ້ມງວດໃນການຄຸ້ມຄອງສຳມະໂນຄົວ ແລະ ການເໜັງຕີງຂອງພົນລະເມືອງ, ສືບຕໍ່ປະສານສົມທົບແກ້ໄຂປະກົດການຫຍໍ້ທໍ້, ກໍ່ສ້າງມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກ ແລະ ເພີ່ມທະວີວຽກງານສະກັດກັ້ນ-ຕອບຕ້ານກຸ່ມຄົນບໍ່ຫວັງດີໃຫ້ຫຼຸດໜ້ອຍຖອຍລົງ. 

Photo

ໃນໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ແລະ ໂອ້ລົມຊີ້ນຳຕໍ່ກອງປະຊຸມ, ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງກໍ່ສ້າງຮາກຖານ 919 ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະກອງ ແລະ ພະນັກງານ-ນັກຮົບທຸກສະຫາຍ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມຄ່ອງຕົວ, ເພີ່ມທະວີການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ກຳລັງ ປກສ ແຕ່ລະຂັ້ນຢ່າງໃກ້ຊິດ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຂັ້ນຮາກຖານໃຫ້ໜັກແໜ້ນຍິ່ງຂຶ້ນ.