ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີຮັບ-ມອບອາວຸດປືນ ລະຫວ່າງ ກົມຄຸ້ມຄອງສຳມະໂນຄົວ ແລະ ກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ໃນພິທີ ທ່ານ ພັອ ວິພາກອນ ສິງຈັນທາ ຮອງກອງບັນຊາການ ປກສ ເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ມາມອບອາວຸດປືນສັ້ນທີ່ເກັບກູ້ໄດ້ ຈໍານວນ 35 ກະບອກ, ລູກປືນ 120 ລຸກ .

ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022 ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026.

ເປັນກຽດຮັບໂດຍ ຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທາງໄດ້ລົງລາຍເຊັນບົດບັນທຶກມອບ-ຮັບພ້ອມທາງມອບໃບຊົມເຊີຍໃຫ້ແກ່ ທ່ານ ພັອ ວິພາກອນ ສິງຈັນທາ ຮອງກອງບັນຊາການ ປກສ ເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີເປັນເຈົ້າການ,ມີຄວາມຮັບຜິດຊອບສູງ,ເຊີ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.