ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບອາວຸດປືນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ໃນວັນທີ 11 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນ ໂດຍການເປັນປະທານຂອງ ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

      ມອບ-ຮັບອາວຸູດປືນມີ:Photo

 ທ່ານ ຄໍາພົນ ສັງພຸດໂທ ອາຊີບ ພະນັກງານ ຕ່າງໜ້າມອບປືນຂອງ ທ່ານ ຄຳດີ ຄຳພຸດໂທ ຜູ້ເປັນພໍ່ (ເສຍຊິວິດ) ມອບອາວຸດປືນສັ້ນ ຈໍານວນ 01 ກະບອກ, ແລະ

Photo

ທ່ານ ສົມຫວັງ ສຸລິວົງ ອາຊີບ ພະນັກງານ ມອບອາວຸດປືນສັ້ນ ຈໍານວນ 01 ກະບອກ ບັ້ງປືນ 03 ບັ້ງ , ລູກປືນ 24 ລູກ ແລະ ບັດອະນຸຍາດຖືປືນ 01 ໃບ.

ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022 ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026.

        ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ.ໃນໂອກາດນີ້, ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ມອບໃບຊົມເຊີຍໃຫ້ແກ່ ທ່ານ ຄໍາພົນ ສັງພຸດໂທ ແລະ ທ່ານ ສົມຫວັງ ສຸລິວົງ ທີ່ນໍາເອົາອາວຸດປືນມາມອບໃຫ້ໃນຄັ້ງນີ້, ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ຄວາມຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີໃນການນຳເອົາອາວຸດປືນມາມອບໃຫ້ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.