ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບອາວຸດປືນ ລະຫວ່າງກົມໃຫຍ່ການເມືອງ ແລະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ

ໃນພິທີ ທ່ານ ພັອ ຈັນທາ ວັນນະແສງ ຫົວໜ້າກົມປ້ອງກັນກໍາລັງກົມໃຫຍ່ການເມືອງ ຕາງໜ້າກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ມອບອາວຸດປືນສັ້ນທີ່ເກັບກູ້ໄດ້ ຈໍານວນ 20 ກະບອກ, ບັ້ງປືນ 20 ບັ້ງ, ລູກປືນ 20 ລຸກ ແລະ ບັດອະນຸຍາດຖືປືນ 05 ໃບ.

ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022 ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026.

ເປັນກຽດຮັບໂດຍ ຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທາງໄດ້ລົງລາຍເຊັນບົດບັນທຶກມອບ-ຮັບພ້ອມທາງມອບໃບຊົມເຊີຍໃຫ້ແກ່ ທ່ານ ພັອ ຈັນທອນ ວັນນະແສງ ຕາງໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີເປັນເຈົ້າການ,ມີຄວາມຮັບຜິດຊອບສູງ,ເຊີ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.