ພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າກອງກໍ່ສ້າງຮາກຖານ 921
ວັນທີ 10 ພະຈິກ 2026 ຜ່ານມາ, ກອງກໍ່ສ້າງຮາກຖານ 921 (ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ) ໄດ້ຈັດພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າກອງກໍ່ສ້າງຮາກຖານ 921 ຂຶ້ນຢ່າງເປັນທາງການ ທີ່ເມືອງທ່າໂທມ ແຂວງໄຊສົມບູນ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ມີຜູ້ຕາງໜ້າຈາກພະແນກການເມືອງ, ພະແນກເສນາ, ຄະນະກອງ-ຮອງກອງ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງກໍ່ສ້າງຮາກຖານ 921 ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ພັນໂທ ສີຫາດ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ,

ທ່ານ ພັນຕີ ພະນົມພອນ ແສງຍະວົງ ຮອງໜ່ວຍງານຈັດຕັ້ງພະນັກງານ ພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ
ທ່ານ ພັນໂທ ພູຂຽນ ສີຄຸນນະລາດ ຮັກສາການຫົວໜ້າກອງກໍ່ສ້າງຮາກຖານ 921, ພ້ອມທັງຂຶ້ນກ່າວຮັບໜ້າທີ່ຢ່າງເປັນທາງການ ເພື່ອສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ຢູ່ 2 ກຸ່ມບ້ານ ຄື: ກຸ່ມບ້ານປາກຍອງ ແລະ ກຸ່ມບ້ານຍາມຈະເລີນໄຊ ລວມທັງໝົດ 6 ບ້ານ ທີ່ຂຶ້ນກັບເມືອງທ່າໂທມ ແຂວງໄຊສົມບູນ.

ໃນໂອກາດດັ່ງກ່າວ, ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ; ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງກໍ່ສ້າງຮາກຖານ 921 ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ ໃຫ້ເສີມຂະຫຍາຍບົດບາດຄວາມຮັບຜິດຊອບໃຫ້ສູງຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກອງ ແລະ ພະນັກງານ-ນັກຮົບພາຍໃນກອງ ເອົາໃຈໃສ່ບາງບັນຫາສຳຄັນດັ່ງນີ້:
- ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີລະບຽບວິໄນເຂັ້ມງວດ ແລະ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ.
- ສືບຕໍ່ລົງເກັບກຳ, ກວດກາ ແລະ ຄຸ້ມຄອງສຳມະໂນຄົວໃນ 6 ບ້ານໃຫ້ລະອຽດຊັດເຈນ, ກຳແໜ້ນການເໜັງຕີງຂອງພົນລະເມືອງ (ຄົນມາພັກເຊົາຊົ່ວຄາວ-ບໍ່ມີໜ້າຊົ່ວຄາວ) ພ້ອມທັງຊຸກຍູ້ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນເຂົ້າເຖິງການເຮັດບັດປະຈຳຕົວດີຈີຕອນ.
- ເປັນເຈົ້າການປະສານສົມທົບກັບ ປກສ ກຸ່ມບ້ານ, ປກຊ-ປກສ ບ້ານ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ, ການຈັບຈອງທີ່ດິນຊະຊາຍ, ການຄ້າຂາຍ-ມົ້ວສຸມສິ່ງເສບຕິດ ແລະ ການເກັບກູ້ອາວຸດເສິກ-ອາວຸດພື້ນເມືອງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
- ສືບຕໍ່ປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຫັນມາປູກຝັງ-ລ້ຽງສັດເປັນສິນຄ້າ, ຮັກສາຮີດຄອງປະເພນີອັນດີງາມ ແລະ ປະກອບສ່ວນສ້າງບ້ານ-ຄອບຄົວປ້ອງກັນຄວາມສະຫງົບດີ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.