ພະແນກການເມືອງ ສະຫຼຸບວຽກງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ
ໃນວັນທີ 5 ພະຈິກ 2026, ພະແນກການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດປະຊຸມສະຫຼຸບຕີລາຄາການເຄືອນໄຫວຜົນການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳເດືອນ 11 ຜ່ານມາ ແລະ ວາງທິດທາງແຜນການເດືອນໃນຕໍ່ໜ້າ ໂດຍການເປັນປະທານຂອງ

ສະຫາຍ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ, ເລຂາໜ່ວຍພັກ, ຫົວໜ້າພະແນກການເມືອງ ມີຄະນະໜ່ວຍພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ນາງ ທິດາວອນ ແກ້ວມະນີ, ຄະນະໜ່ວຍພັກ, ໄດ້ຜ່ານບົດສະຫຼຸບຜົນການເຄື່ອນໄຫວວຽກງານປະຈຳເດືອນພະຈິກ ປີ 2026, ໂດຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຂອງພະແນກໃນໄລຍະຜ່ານມາ, ພະແນກການເມືອງ ແມ່ນໄດ້ເອົາໃຈໃສ່ວຽກງານການເມືອງນຳພາແນວຄິດ, ສຶກສາອົບຮົມສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຄຽງຄູ່ກັນນັ້ນ, ຍັງໄດ້ສຸມໃສ່ວຽກງານຈັດຕັ້ງພະນັກງານ, ການກວດກາ-ປ້ອງກັນກຳລັງ, ການກໍ່ສ້າງພັກ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ ແລະ ປະກັນສັງຄົມ, ໄດ້ການສະເໜີຂໍອະນຸມັດຍົກລະດັບວິຊາສະເພາະ, ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ, ຄົ້ນຄວ້າຮັບມະຫາຊົນເຂົ້າເປັນສະມາຊິກພັກ, ຕິດຕາມກວດກາບຸກຄະລາກອນ ແລະ ປະຕິບັດນະໂຍບາຍຊ່ວຍເຫຼືອພະນັກງານຕາມລະບຽບການ, ວຽກງານໂຄສະນາ-ຂ່າວສານ ໄດ້ເກັບກຳພາບຂ່າວ ແລະ ເຜີຍແຜ່ຂ່າວສານການເຄື່ອນໄຫວວຽກງານຂອງກົມ ຜ່ານສື່ມວນຊົນຕ່າງໆ, ລວມທັງເວັບໄຊ ແລະ ຊ່ອງ YouTube ຂອງກົມ, ພ້ອມທັງຜະລິດລາຍການພັດທະນາຮາກຖານ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງຂວາງ, ທິດທາງແຜນການຕໍ່ໜ້າ, ພະແນກການເມືອງສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດ, ຕິດຕາມການຈັດຕັ້ງກຳລັງ, ກະກຽມການປະເມີນປະເພດໜ່ວຍພັກ ແລະ ສະມາຊິກພັກປະຈຳປີ 2026, ສືບຕໍ່ຄົ້ນຄວ້າຂະຫຍາຍ ສະມາຊິກພັກ, ປະຕິບັດວຽກງານນະໂຍບາຍ ແລະ ປະກັນສັງຄົມ, ພ້ອມທັງສືບຕໍ່ເຜີຍແຜ່ຂ່າວສານຜົນງານຂອງກົມຜ່ານສື່ມວນຊົນຕ່າງໆ ໃຫ້ທັນເຫດການ.
ໂອກາດນີ້, ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ເປັນແບບຢ່າງນຳໜ້າ ແລະ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບສູງ.