ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເປີດຊຸດຝຶກອົບຮົມວຽກງານການຈົດທະບຽນຄອບຄົວຜ່ານລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງເອເລັກໂຕຼນິກ (eCRVS)

Photoໃນວັນທີ 04 ພະຈິກ 2026, ທີ່ຫ້ອງປະຊຸມຊັ້ນ 04 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານການຈົດທະບຽນຄອບຄົວ, ຜ່ານລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງເອເລັກໂຕຼນິກ (eCRVS) ຂຶ້ນຢ່າງເປັນທາງການ ເຊິ່ງຈະດຳເນີນໄປຕັ້ງແຕ່ວັນທີ 04 ຫາ 13 ພະຈິກ 2026 ໂດຍການໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ພັນເອກ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພະແນກສຳມະໂນຄົວລາວ, ຫ້ອງການກົມ, ພະແນກການເມືອງ, ອາຊີບພາຫະນະພິເສດ, ພາລາທິການ, ຄະນະຄູອາຈານ ແລະ ນັກສຳມະນາກອນຈາກພະແນກສຳມະໂນຄົວລາວ ເຂົ້າຮ່ວມ.

Photoທ່ານ ພັອ ສົມພູ ອິນທິຈັກ ຫົວໜ້າພະແນກສຳມະໂນຄົວລາວ ເຂົ້າຮ່ວມກ່າວຈຸດປະສົງ ແລະ ສະເໜີແຜນການຝຶກອົບຮົມມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ໃຫ້ແກ່ພະນັກງານ ໂດຍເນັ້ນໃສ່ເນື້ອໃນຫຼັກ 8 ໝວດໝູ່ ຄື:

 1. ຮຽນຮູ້ກ່ຽວກັບກົດໝາຍ ແລະ ນິຕິກຳ: ວ່າດ້ວຍທະບຽນຄອບຄົວ ສະບັບເລກທີ 44/ສພຊ, ລົງວັນທີ 14 ມິຖຸນາ 2018 ພ້ອມທັງຄຳແນະນຳ ແລະ ນິຕິກຳທີ່ກ່ຽວຂ້ອງ.

 2. ການໃຊ້ແບບຟອມ: ນຳສະເໜີ ແລະ ນຳໃຊ້ຮ່າງແບບຟອມທະບຽນຄອບຄົວ ຈຳນວນ 16 ຮ່າງແບບຟອມ.

 3. ວຽກງານໂຄສະນາສື່ສານ: ເຜີຍແຜ່ບັນດາເນື້ອໃນເຄື່ອງມືໂຄສະນາ.

 4. ການປ້ອນຂໍ້ມູນເຂົ້າລະບົບ: ແນະນຳວິທີ, ຂັ້ນຕອນ ພ້ອມທັງທົດລອງການປ້ອນຂໍ້ມູນລົງໃນລະບົບຖານຂໍ້ມູນທະບຽນຄອບຄົວ (ກໍລະນີການເກີດ, ການແຕ່ງດອງ, ການຢ່າຮ້າງ, ການປ່ຽນຊື່ ຫຼື ນາມສະກຸນ, ການປ່ຽນສັນຊາດ ແລະ ການເສຍຊີວິດ).

 5. ການດັດແກ້ຂໍ້ມູນ: ຝຶກອົບຮົມການດັດແກ້ຂໍ້ມູນໃນລະບົບຖານຂໍ້ມູນທະບຽນຄອບຄົວເອເລັກໂຕຼ.

 6. ການປະເມີນຜົນ ແລະ ແລກປ່ຽນບົດຮຽນ: ມີການສົນທະນາແລກປ່ຽນ, ຕອບຂໍ້ຂ້ອງໃຈ ພ້ອມທັງກວດກາ ແລະ ປະເມີນຜົນໄດ້ຮັບຈາກການຝຶກອົບຮົມຕົວຈິງ (ຜ່ານການສຳພາດ ແລະ ທົດລອງປະຕິບັດຕົວຈິງ)PhotoPhoto

ທ່ານ ພັນເອກ ສີບຸນເຮືອງ ໄຊຍະເພັດ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີ ພ້ອມທັງເນັ້ນໜັກໃຫ້ນັກສຳມະນາກອນທຸກທ່ານ ຍົກສູງຄວາມຮັບຜິດຊອບໃນການຮ່ຳຮຽນ, ນຳເອົາຄວາມຮູ້, ບົດຮຽນ ແລະ ວິທີການປະຕິບັດຕົວຈິງທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ຂະແໜງການຂອງຕົນໃຫ້ມີປະສິດທິພາບ, ຄວາມຖືກຕ້ອງ, ແມ່ນຍຳ ແລະ ທັນສະໄໝ ເພື່ອ ປະກອບສ່ວນເຂົ້າໃນການ ຜັນຂະຫຍາຍວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງເອເລັກໂຕຼນິກ (eCRVS) ໃຫ້ ປະກົດຜົນເປັນຈິງຢ່າງ ຫນັກແໜ້ນ, ຈາກນັ້ນ ກໍ່ໄດ້ ⁠ກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ ພ້ອມທັງ ຖ່າຍຮູບລວມເປັນທີ່ລະລຶກ.

ການຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເດີນໄປເປັນເວລາ 08 ວັນເຕັມ ແລະ ຈະປິດຊຸດຝຶກອົບຮົມຢ່າງເປັນທາງການໃນວັນທີ 13 ພະຈິກ 2026.PhotoPhotoPhotoPhotoPhotoPhotoPhotoPhoto