ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບ ອາວຸດປືນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ຮາກຖານ 

ໃນວັນທີ 3 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນ ໂດຍການເປັນປະທານຂອງ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳເຝືອ ເພັດດາວົງ ອາຊີບ ພະນັກງານບຳນານ ມອບອາວຸດປືນສັ້ນ ຈຳນວນ 01 ກະບອກ, ບັ້ງປືນ 02 ບັ້ງ , ລູກປືນ 22 ລູກ ບັດອະນຸຍາດຖືປືນ 1 ໃບ., ທ່ານ ໂສພາ ມະຫາວົງ ອາຊີບພະນັກງານ ບໍານານ ມອບອາວຸດປືນສັ້ນ ຈໍານວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 06 ລູກ ແລະ ບັດອະນຸຍາດຖືປືນ 01 ໃບ. ທ່ານອານຸສັກ ວົງສຸດທິ ອາຊີບພະນັກງານ ຕ່າງໜ້າມອບປືນຂອງ ທ່ານ ລຳເທນ ວົງສຸດທິ ອາຊີບພະນັກງານບຳນານ ຜູ້ເປັນພໍ່ (ເສຍຊິວິດ) ມອບອາວຸດປືນ ຍາວ 1 ກະບອກ, ລູກປືນ 11 ລູກ. ທ່ານ ບູລີກາ ອິນທີລາດ ອາຊີບ ພະນັກງານ ມອບອາວຸດປືນ ສັ້ນ ຈຳນວນ 01 ກະບອກ , ບັ້ງປືນ 01 ບັ້ງ, ບັດອະນຸຍາດຖືປືນ 01 ໃບ. ທ່ານ. ໄວຍາກອນ ໂພທິລັກ ມອບອາວຸດປືນ ສັ່ນ ຈຳນວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 06 ລູກ , ບັດອານຸຍາດຖືປືນ 01 ໃບ.ທ່ານ ພູທອນ ໂມສະກິ ອາຊີບ ພະນັກງານບໍານານ ມອບອາວຸດປືນ ສັ່ນ ຈຳນວນ 01 ກະບອກ, ບັ້ງປືນ 01 ບັ້ງ , ລູກປືນ 05 ລູກ , ບັດອະນຸຍາດຖືປືນ 01 ໃບ .

           ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ໄດ້ມອບໃບຊົມເຊີຍ ໃຫ້ແກ່ບັນດາທ່າານ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ.