ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນ

ໃນວັນທີ 30 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍການເປັນປະທານຂອງ ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ພາກສ່ວນທີ່ນຳເອົາອາວຸດປືນມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນຄັ້ງນີ້ມີ:

  • Photo
  • ທ່ານ ນາງ ລັດດາວັນ ຈັນທະບູລີ ອາຊີບ ຄ້າຂາຍ, ຕາງໜ້າໃຫ້ທ່ານ ລັບ ຈັນທະບູລີ ພະນັກງານບໍານານ ໄດ້ນຳເອົາອາວຸດປືນ ປະເພດປືນສັ້ນຈໍານວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 6 ລູກ, ບັດອະນຸຍາດຖືປືນ 1 ບັດ, 
  • Photo
  • ທ່ານ ຖາວອນ ດວງຊະນະ ຕາງໜ້າໃຫ້ທ່ານ ພູມີໄຊ ດວງຊະນະ ພະນັກງານບໍານານ ໄດ້ນຳເອົາລູກປືນມາມອບຈຳນວນ 163 ລູກ.
  • Photoທ່ານ ສົມບັດ ນັນທະໄຊ  ນຳເອົາອາວຸດປືນ ປະເພດປືນສັ້ນຈໍານວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 15 ລູກ, ບັດອະນຸຍາດຖືປືນ 1 ບັດ, 

ເປັນກຽດ ຮັບໂດຍທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມກັນນັ້ນແຕ່ລະພາກສ່ວນໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ແລະ ມອບໃບຊົມເຊີຍທີ່ນຳເອົາອາວຸດປືນມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍໍ້ຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ.

ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.