ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນ
ໃນວັນທີ 02 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍ ການເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ,
ການມອບ-ຮັບອາວຸດປືນເສິກໃນຄັ້ງນີ້ ມີບຸກຄົນ ແລະ ຕົວແທນຕາງໜ້ານຳມາ ມອບຄື:
ທ່ານ ເປີ້ນ ສີມະໂນ ອາຊີບ ນັກທຸລະກິດ ມອບປືນ ປືນສັ້ນ ຈໍານວນ 1 ກະບອກ ແລະ ບັ້ງປືນ 01 ບັ້ງ.
ທ່ານ ເພັງໄຊ ດາລາແສນ ອາຊີບ ນັກທຸລະກິດ ມອບອາວຸດປືນສັ້ນ ຈຳນວນ 01 ກະບອກ, ບັ້ງປືນ 01ບັ້ງ, ແລະ ບັດອະນຸຍາດຖືປືນ 01 ບັດ.- ທ່ານ ພັຕ ພຸດທະສອນ ວໍລະບຸດ ອາຊີບ ພະນັກງານ ຕາງໜ້າມາມອບອາວຸດຂອງ ທ່ານ ຄໍາສຸກ ຫຼວງເສນາ ອາຊີບ ພະນັກງານ ບໍານານ ມອບອາວຸດປືນສັ້ນ ຈໍານວນ 01 ກະບອກ, ບັ້ງປືນ 01 ບັ້ັ້ງ ແລະ ລູກປືນ 02 ລູກ
ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ໄດ້ມອບໃບຊົມເຊີຍ ໃຫ້ແກ່ ບັນດາພາກສວນທີເອົາອາວຸດປືນມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍໍ້ຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ.