ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມລົງຊຸກຍູ້ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ອົງຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ໃນວັນທີ 3 ເມສາ (08) 2026, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີການຈັດກອງປະຊຸມລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ອົງຄະນະພັກກົມ 509. ໂດຍການເປັນປະທານຂອງPhoto 

ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. 

ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານ ພົຈວ ສຸພັນທອງ ໄຄ້ຍະວົງ ຄະນະພັກກະຊວງ, ຫົວໜ້າກົມກວດກາ, ຄະນະຮັບຜິດຊອບລົງຊຸກຍູ້ຈາກກະຊວງ, ຕາງໜ້າຈາກກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກກົມ, ພ້ອມດ້ວຍເລຂາໜ່ວຍພັກ ແລະ ຕາງໜ້າຈາກ 20 ໜ່ວຍພັກອ້ອມຂ້າງກົມ.

ໃນກອງປະຊຸມ, ສະຫາຍ ພັນເອກ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ຂອງຄະນະພັກ ກ່ຽວກັບການນໍາພາຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ວຽກງານກໍ່ສ້າງພະນັກງານ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາຢູ່ຄະນະພັກຕົນ, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ 

Photoນອກຈາກນີ້, ຕາງໜ້າໜ່ວຍພັກທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 7 ປີຊ້ອນ ກໍໄດ້ຂຶ້ນລາຍງານກ່ຽວກັບສະພາບການກໍ່ສ້າງໜ່ວຍພັກຕາມ 5 ດ້ານ ໃນ 1 ປີຜ່ານມາ ແລະ ແຜນການປີຕໍ່ໄປ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄຳຄິດຄຳເຫັນ, ຖອດຖອນບົດຮຽນ ແລະ ປຶກສາຫາລືແລກປ່ຽນຄວາມຮັບຮູ້-ເຂົ້າໃຈ ຕໍ່ກັບການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ກ່ຽວກັບວຽກງານພັກ ທີ່ຄະນະພັກຂັ້ນເທິງວາງອອກ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິພາບສູງຂຶ້ນ.

ເພື່ອຮັບປະກັນໃຫ້ການກໍ່ສ້າງໜ່ວຍພັກມີຄຸນນະພາບ ແລະ ເຕີບໃຫຍ່ຂະຫຍາຍໂຕຢ່າງເຂັ້ມແຂງ, ກອງປະຊຸມໄດ້ກຳນົດຄາດໝາຍ ແລະ ແຜນການສືບຕໍ່ຈັດຕັ້ງປະຕິບັດໃນໄລຍະຕໍ່ໜ້າ ຄື: ເພີ່ມທະວີການກຳແໜ້ນດ້ານການເມືອງ-ຄຸນສົມບັດທັດສະນະນຳພາ ໃຫ້ແກ່ສະມາຊິກພັກ-ພະນັກງານທຸກສະຫາຍ ເພື່ອໃຫ້ມີຄວາມຈົງຮັກພັກດີ ແລະ ເປັນແບບຢ່າງທີ່ດີ; ສືບຕໍ່ປັບປຸງກົນໄກການເຮັດວຽກຂອງຄະນະໜ່ວຍພັກ ໃຫ້ມີຄວາມສອດຄ່ອງຕາມຫຼັກການຕົກລົງເປັນໝູ່ຄະນະ ແລະ ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ; ຊຸກຍູ້ ແລະ ຊີ້ນຳບັນດາໜ່ວຍພັກອ້ອມຂ້າງກົມ ທັງ 20 ໜ່ວຍພັກ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມ 5 ດ້ານຂອງການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງເຂັ້ມງວດ, ມຸ່ງຫວັງໃຫ້ທຸກໜ່ວຍພັກຮັກສາໄດ້ ແລະ ບັນລຸນາມມະຍົດດັ່ງກ່າວຢ່າງຕັ້ງໜ້າ; ເພີ່ມທະວີການຕິດຕາມ-ກວດກາຢ່າງປະຈຳ, ຊຸກຍູ້ການແກ້ໄຂຂໍ້ຄົງຄ້າງທີ່ໄດ້ຍົກຂຶ້ນໃນກອງປະຊຸມໃຫ້ຕົກໄປຢ່າງທັນທ່ວງທີ.

ໃນຕອນທ້າຍ, ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ປະທານກອງປະຊຸມ ໄດ້ມີຄໍາເຫັນສັງລວມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມ ເພື່ອໃຫ້ບັນດາໜ່ວຍພັກອ້ອມຂ້າງກົມ ເອົາໃຈໃສ່ຜັນຂະຫຍາຍ ແລະ ເພີ່ມທະວີການກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢ່າງຕໍ່ເນື່ອງ.