ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ພ້ອມຄະນະ ໄດ້ເອົາກະຕ່າຂອງຂວັນ ເຂົ້າອວຍພອນທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

PhotoPhotoໃນວັນທີ 13 ເມສາ 2026 (ທ້າຍອາທິດຜ່ານມາ) ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ, ທ່ານ ພົທ ວັນທອງ ກອງມະນີ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ) ແລະ ຕອນຮັບບຸນປີໃໝ່ລາວ ພສ 2569.

    Photo ໃນໂອກາດນີ້ ທ່ານ ພົຈວ ແກ່ນຈັນ ພົມມຈັກ ອວຍພອນໄຊອັນປະເສີດ ແດ່ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ ຄົບຮອບ 65 ປີ ແລະ ສົ່ງທ້າຍປີເກົ່າຕອນຮັບປີໃໝ່ລາວ ພສ 2569 ພ້ອມທັງອວຍພອນໄຊໃຫ້ ທ່ານມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນ ທີ່ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາ ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ.

     Photo ພ້ອມດຽວກັນ, ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວຄໍາຂອບໃຈຕໍ່ການເຂົ້າອວຍພອນຂອງ ທ່ານ ພົຈວ ແກ່ນຈັນ ພົມມຈັກ ພ້ອມດ້ວຍຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ຄະນະພັກ-ຄະນະນຳຕະຫຼອດຮອດພະນັກງານກໍາລັງປ້ອງກັນຄວາມສະຫງົບທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີໄຊຊະນະ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.PhotoPhoto