ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊຸກຍູ້ ຈັດຕັ້ງປະຕິບັດ ວຽກງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ ຢູ່ກອງບັນຊາການ ປກສ ແຂວງ ຈໍາປາສັກ
ໂອກາດທີ່ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນໃນຄັ້ງນີ້ ໄດ້ຮັບຟັງການລາຍງານຫຍໍ້ ຂອງທ່ານຫົວໜ້າກອງບັນຊາການ ປກສ ຈໍາປາສັກໃຫ້ຮູ້ວ່າ: ທົ່ວແຂວງຈຳປາສັກ ປະ ກອບມີ 9 ເມືອງ 1 ນະຄອນ, ມີ 642 ບ້ານ,ມີ 71ກຸ່ມບ້ານ ມີ 30 ບ້ານໃຫຍ່ , ມີ 146,940 ຄອບຄົວ, ມີ 144,195 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 818,034 ຄົນ, ຍີງ 394,968 ຄົນ, ອາຍຸ 15 ປີຂື້ນໄປ 545,462 ຄົນ, ຍີງ 271,266 ຄົນ, ປ້ອນຂໍ້ມູນອອກບັດປະຈຳຕົວດີຈິຕ໋ອນໄດ້ 6,552ຄົນ,ຍີງ 3,147 ຄົນ
ໃນໂອກາດດັ່ງກ່າວ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ບັນດາສະຫາຍ ຄະນະພັກ ຄະນະນຳແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຕິດຕາມ ຊຸກຍູ້ຊ່ວຍພະນັກງານວິຊາສະເພາະ ທີ່ຢູໃນຄວາມຮັບຜິດຊອບຂອງຕົນ ໃຫ້ເຂົ້າໃຈແຈ້ງໃນການນໍາໃຊ້ລະບົບ, ວຽກງານຈົດທະສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນ ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ໃຫ້ພົນລະເມືອງລາວ ຜູ້ທີ່ມີເງື່ອນໄຂຄົບຖ້ວນ ແຕ່ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ , ຮັບປະກັນໃຫ້ພົນລະເມືອງມີເອກະສານຢັ້ງຢືນຕົວຕົນ ເພື່ອດຳເນີນທຸລະກຳຕ່າງໆ ໃຫ້ເປັນເອກະພາບ ແລະ ຖືກຕ້ອງຕາມກົດໝາຍ, ວາງແຜນການ, ວິທີການຈັດຕັ້ງປະຕິບັດ ແລະ ເນື້ອໃນວຽກງານລະອຽດ ໃຫ້ແຕ່ລະກົມກອງທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດໜ້າທີ່ໃນການເກັບກຳ, ປັບປຸງຂໍ້ມູນພົນລະເມືອງລາວ ໃຫ້ຖືກຕ້ອງ, ຄົບຖ້ວນ ເຂົ້າໃນຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວດິຈີຕ໋ອນ ຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ, ສ້າງພື້ນຖານໂຄງລ່າງ, ຂໍ້ມູນຕົ້ນຕໍ່ກ່ຽວກັບທີ່ຢູ່ອາໄສຕາມແຕ່ລະຂັ້ນຕອນ ເພື່ອກ້າວສູ່ການຫັນປ່ຽນ ເປັນດີຈິຕ໋ອນແຫ່ງຊາດ ແລະ ເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການເກັບກຳ, ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ພ້ອມນັ້ນບັນດາ ສະຫາຍ ທີ່ຖືກແຕ່ງຕັ້ງລົງຊຸກຍູ້ ຕ້ອງໄດ້ຕິດຕາມ, ກວກກາ ແລະ ແກ້ໄຂວຽກງານເຕັກນິກໃຫ້ນໍາໃຊ້ໄດ້ເປັນປົກກະຕິ ແນະນໍາຂັ້ນຕອນຂື້ນສຳມະໂນຄົວອີເລັກໂຕຣນິກ ແລະ ບັດປະຈຳຕົວດີຈິຕ໋ອນ ການຍົກຍ້າຍ, ເພີ່ມໃໜ່, ລົບລ້າງ ແລະ ອື່ນໆ ສຸມໃສ່ເຮັດຫຼ້ອນໜ້າທີ່ ແລະ ສະຫຼຸບລາຍງານການໂອນຖ່າຍຂໍ້ມູນສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກໃນແຕ່ລະມື້ໃຫ້ຂັ້ນເທີງຮັບຊາບຢ່າງເປັນປົກກະຕິ.