ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊຸກຍູ້ ຈັດຕັ້ງປະຕິບັດ ວຽກງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ ຢູ່ກອງບັນຊາການປກສ ແຂວງ ເຊກອງ

     ໂອກາດທີ່ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນໃນຄັ້ງນີ້ ໄດ້ຮັບຟັງການລາຍງານຫຍໍ້ ຂອງຫົວໜ້າກອງບັນຊາການ ປກສ ເຊກອງໃຫ້ຮູ້ວ່າ: ທົ່ວແຂວງເຊກອງ ປະກອບມີ 4 ເມືອງ, ມີ 203 ບ້ານ, ມີ 28,736ຄອບຄົວ, ມີພົນລະເມືອງທັງໝົດ 144,132 ຄົນ, ຍີງ 72,817 ຄົນ, ອາຍຸ 15 ປີຂື້ນໄປ 93,025 ຄົນ, ຍີງ 47,441 ຄົນ, ອອກປື້ມສຳມະໂນຄົວອີເລັກໂຕຣນິກໄດ້ 122 ຄອບຄົວ, ມີຈຳນວນພົນທັງໝົດ 513 ຄົນ, ຍີງ 269 ອາຍຸ 15 ປີຂື້ນໄປ 340 ຄົນ, ຍີງ 168 ຄົນ, ປ້ອນຂໍ້ມູນອອກບັດປະຈຳຕົວດີຈິຕ໋ອນໄດ້ 4,038 ຂໍ້ມູນ, ຍີງ 1,958 ຄົນ, ພີມບັດແຈກຢາຍສຳເລັດ 476 ບັດ 201 ບັດ.ໃນໂອກາດດັ່ງກ່າວ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ບັນດາ ບັນດາກອງບັນຊາການ ປກສ ເມືອງ ຈົ່ງເອົາໃຈໃສ່ຕິດຕາມຊຸກຍູ້ຊ່ວຍ ພະນັກງານ ກອງບັນຊາການ ປກສ ແຂວງ, ບັນດາ ກອງບັນຊາການ ປກສ ເມືອງ ໃຫ້ເຂົ້າໃຈແຈ້ງໃນການນໍາໃຊ້ລະບົບ, ວຽກງານຈົດທະສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນ ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ໃຫ້ພົນລະເມືອງລາວ ຜູ້ທີ່ມີເງື່ອນໄຂຄົບຖ້ວນ ແຕ່ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ , ຮັບປະກັນໃຫ້ພົນລະເມືອງມີເອກະສານຢັ້ງຢືນຕົວຕົນ ເພື່ອດຳເນີນທຸລະກຳຕ່າງໆ ໃຫ້ເປັນເອກະພາບ ແລະ ຖືກຕ້ອງຕາມກົດໝາຍ, ວາງແຜນການ, ວິທີການຈັດຕັ້ງປະຕິບັດ ແລະ ເນື້ອໃນວຽກງານລະອຽດ ໃຫ້ແຕ່ລະກົມກອງທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດໜ້າທີ່ໃນການເກັບກຳ, ປັບປຸງຂໍ້ມູນພົນລະເມືອງລາວ ໃຫ້ຖືກຕ້ອງ, ຄົບຖ້ວນ ເຂົ້າໃນຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວດິຈີຕ໋ອນ ຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ, ສ້າງພື້ນຖານໂຄງລ່າງ, ຂໍ້ມູນຕົ້ນຕໍ່ກ່ຽວກັບທີ່ຢູ່ອາໄສຕາມແຕ່ລະຂັ້ນຕອນ ເພື່ອກ້າວສູ່ການຫັນປ່ຽນ ເປັນດີຈິຕ໋ອນແຫ່ງຊາດ ແລະ ເປັນບ່ອນອີງໃຫ້ຄະນະຮັບຜິດຊອບ  ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບ ສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການເກັບກຳ, ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ພ້ອມນັ້ນບັນດາ ສະຫາຍ ທີ່ຖືກແຕ່ງຕັ້ງລົງຊຸກຍູ້ ຕ້ອງໄດ້ຕິດຕາມ, ກວກກາ ແລະ ແກ້ໄຂວຽກງານເຕັກນິກໃຫ້ນໍາໃຊ້ໄດ້ເປັນປົກກະຕິ ແນະນໍາຂັ້ນຕອນຂື້ນສຳມະໂນຄົວອີເລັກໂຕຣນິກ ແລະ ບັດປະຈຳຕົວດີຈິຕ໋ອນ ການຍົກຍ້າຍ, ເພີ່ມໃໜ່, ລົບລ້າງ ແລະ ອື່ນໆ ສຸມໃສ່ເຮັດຫຼ້ອນໜ້າທີ່ ແລະ ສະຫຼຸບລາຍງານການໂອນຖ່າຍຂໍ້ມູນສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກໃນແຕ່ລະມື້ໃຫ້ຂັ້ນເທີງຮັບຊາບຢ່າງເປັນປົກກະຕິ.