ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊຸກຍູ້ ຈັດຕັ້ງປະຕິບັດ ວຽກ ງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ ຢູ່ກອງບັນຊາການປກສ ແຂວງ ສາລະວັນ
ໃນໂອກາດນີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ເໜັ້ນໜັກໃຫ້ບັນດາ ສະຫາຍ ທີ່ຖືກແຕ່ງຕັ້ງລົງຊຸກຍູ້ຈັດຕັ້ງປະຕິບັດ ວຽກງານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນ ຢູ່ກອງບັນຊາການ ປກສ ແຂວງ ສາລະວັນ ແລະ ບັນດາກອງບັນຊາການ ປກສ ເມືອງ ຈົ່ງເອົາໃຈໃສ່ຕິດຕາມຊຸກຍູ້ຊ່ວຍ ພະນັກງານ ກອງບັນຊາການ ປກສ ແຂວງ, ບັນດາ ກອງບັນຊາການ ປກສ ເມືອງ ໃຫ້ ເຂົ້າໃຈແຈ້ງໃນການນໍາໃຊ້ລະບົບ, ວຽກງານຈົດທະສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈີຕ໋ອນ ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ໃຫ້ພົນລະເມືອງລາວ ຜູ້ທີ່ມີເງື່ອນໄຂຄົບຖ້ວນ ແຕ່ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈໍາຕົວດິຈິຕ໋ອນ , ຮັບປະກັນໃຫ້ພົນລະເມືອງມີເອກະສານຢັ້ງຢືນຕົວຕົນ ເພື່ອດຳເນີນທຸລະກຳຕ່າງໆ ໃຫ້ເປັນເອກະພາບ ແລະ ຖືກຕ້ອງຕາມກົດໝາຍ, ວາງແຜນການ, ວິທີການຈັດຕັ້ງປະຕິບັດ ແລະ ເນື້ອໃນວຽກງານລະອຽດ ໃຫ້ແຕ່ລະກົມກອງທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດໜ້າທີ່ໃນການເກັບກຳ, ປັບປຸງຂໍ້ມູນພົນລະເມືອງລາວ ໃຫ້ຖືກຕ້ອງ, ຄົບຖ້ວນ ເຂົ້າໃນຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວດິຈີຕ໋ອນ ຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ, ສ້າງພື້ນຖານໂຄງລ່າງ, ຂໍ້ມູນຕົ້ນຕໍ່ກ່ຽວກັບທີ່ຢູ່ອາໄສຕາມແຕ່ລະຂັ້ນຕອນ ເພື່ອກ້າວສູ່ການຫັນປ່ຽນ ເປັນດີຈິຕ໋ອນແຫ່ງຊາດ ແລະ ເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການເກັບກຳ, ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້,ພ້ອມນັ້ນບັນດາ ສະຫາຍ ທີ່ຖືກແຕ່ງຕັ້ງລົງຊຸກຍູ້ ຕ້ອງໄດ້ຕິດຕາມ, ກວກກາ ແລະ ແກ້ໄຂວຽກງານເຕັກນິກໃຫ້ນໍາໃຊ້ໄດ້ເປັນປົກກະຕິ ແນະນໍາຂັ້ນຕອນຍົກຍ້າຍ,ເພີ່ມໃໜ່,ລົບລ້າງ ແລະ ອື່ນໆ ໃນການຈັດຕັ້ງປະຕິບັດການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ແລະ ຂັ້ນຕອນການເກັບກໍາຂໍ້ມູນບັດປະຈໍາຕົວດິຈີຕ໋ອນໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕ້ອງສຸມໃສ່ເຮັດຫຼ້ອນໜ້າທີ່ ແລະ ສະຫຼຸບລາຍງານການໂອນຖ່າຍຂໍ້ມູນສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກໃນແຕ່ລະມື້ໃຫ້ຂັ້ນເທີງຮັບຊາບຢ່າງເປັນປົກກະຕິ.