ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ແຈ້ງການ ຫ້ອງວ່າການກະຊວງ ປກສ ເລື່ອງ: ການຢຸດເຊົາອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ແລະ ຫັນມາໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວແທນ

ແຈ້ງການ
ເຖິງ: ຫ້ອງການບັນດາກະຊວງ, ອົງການທຽບເທົ່າ, ສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນຜູ້ປະກອບການ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການຢຸດເຊົາອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ແລະ ຫັນມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວແທນ.
ອີງຕາມ ດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ສະບັບເລກທີ 526/ລບ, ລົງວັນທີ 04 ສິງຫາ 2025;
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວພົນລະເມືອງ ສະບັບເລກທີ 1176/ປກສ, ລົງວັນທີ 03 ມິຖຸນາ 2025;
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1689/ປກສ, ລົງວັນທີ 17 ກັນຍາ 2021;
ອີງຕາມ ແຈ້ງການ ການຂໍຫັນການຈົດທະບຽນສຳມະໂນຄົວແບບເກົ່າ ມາເປັນການຈົດທະບຽນສຳມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ສະບັບເລກທີ 122/ຫສນຍ, ລົງວັນທີ 28 ມັງກອນ 2026.
ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງ ຫ້ອງການບັນດາກະຊວງ, ອົງການທຽບເທົ່າ, ສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້:
1. ກະຊວງປ້ອງກັນຄວາມສະຫງົບ ໄດ້ຢຸດເຊົາການອອກປຶ້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າຫັນມາຈົດທະບຽນສຳມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ(ແບບຟອມ ສຄ07) ຕາມລະບຽບຫຼັກການຂອງກະຊວງປ້ອງກັນຄວາມສະຫງົບ
ແທນປຶ້ມສຳມະໂນຄົວແບບເກົ່າ.
2. ສໍາລັບບຸກຄົນ ແລະ ຄອບຄົວທີ່ມີປຶ້ມສຳມະໂນຄົວອອກໃຫ້ໃນໄລ່ຍະຜ່ານມາ ກໍ່ຍັງສາມາດນຳໃຊ້ໄດ້ຈົນກວ່າຈະມີແຈ້ງການລຶບລ້າງ, ສ່ວນບຸກຄົນ ແລະ ຄອບຄົວ ທີ່ມີຂໍ້ມູນສໍາມະໂນຄົວຢູ່ໃນລະບົບເອເລັກໂຕຣນິກແລ້ວ ແມ່ນໃຫ້ນໍາໃຊ້ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ ແທນປຶ້ມສໍາມະໂນຄົວແບບເກົ່າ.
3. ສຳລັບພົນລະເມືອງຜູ້ທີ່ມີບັດປະຈໍາຕົວ ດິຈິຕອນ ແລ້ວ ສາມາດນໍາໃຊ້ບັດປະຈຳຕົວ ດິຈິຕອນ ເປັນການ
ຢັ້ງຢືນຕົວຕົນຂອງພົນລະເມືອງ ເພື່ອປະກອບທຸລະກຳຕ່າງໆໄດ້ເຊັ່ນດຽວກັນ.

4. ພາກສ່ວນທີ່ສາມາດອອກໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ (ແບບຟອມ ສຄ07) ມີ 03 ພາກສ່ວນຄື: 1.ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; 2. ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສແຂວງ; 3. ບັນດາກອງບັນຊາການ ປກສ ເມືອງ-ປກສ ນະຄອນ ໃນຂອບເຂດທົ່ວປະເທດ.
5. ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ອໍານວຍຄວາມສະດວກໃນການປະກອບເອກະສານເຮັດທຸລະກຳຕ່າງໆ.
ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈິ່ງແຈ້ງມາເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
ເຊັນແທນ ຫົວໜ້າຫ້ອງວ່າການກະຊວງ
ຮອງຫົວໜ້າ ຫ້ອງວ່າການ
ພົຈວ ອານຸເດດ ຄຸນຄາໍ