ກອງກໍ່ສ້າງຮາກຖານ 917 ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ
ວັນທີ 13 ມີນາ 2026 ຢູ່ທີ່ສະໂມສອນ ປກສ ເມືອງ ຫີນບູນ ແຂວງ ຄໍາມ່ວນ ກອງກໍ່ສ້າງຮາກຖານ 917 ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ໂດຍເປັນປະທານ ຂອງ ພັທ ສີສຸພັນ ແສງວົງໄຊ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງຮາກຖານ 917, ມີຄະນະພັກ, ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ພາຍໃນກອງ 917 ເຂົ້າຮ່ວມ.

ໃນພິທີ ພັທ ສີສຸພັນ ແສງວົງໄຊ ໄດ້ຜ່ານແຜນການເປີດບັ້ນດໍາເນີນຊີວິດການເມືອງ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນກອງກໍ່ສ້າງຮາກຖານ 917 ໄດ້ເຊື່ອມຊຶມ, ກໍາແໜ້ນທາດແທ້ມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະຜ່ານມາ ພ້ອມກັນປົກປກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ທັງເປັນການສໍາຫຼວດກວດກາຄືນ ສະຕິຕື່ນຕົວ ເຄົາລົບກົດລະບຽບວິໄນ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງສະມາຊິກພັກ ໃນໄລຍະ 1 ປີ ຜ່ານມາ. ພ້ອມທັງສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ. ສຳລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ : ເອກະສານ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ເອກະສານຈັນຍາທໍາ, ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ, ເອກະສານຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ.

ພາຍຫຼັງສໍາເລັດການເຊື່ອມຊຶມເອກະສານ ຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງໄດ້ໃຫ້ຄໍາຫແນະນໍາ ແລະ ນໍາພາສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດພາຍໃນໜ່ວຍພັກ ຂຽນໃບສໍາຫຼວດ, ກວດກາເປັນບຸກຄົນ, ການແບ່ງປະເພດ ຕາມ 5 ເນື້ອໃນ, ບັນຫາດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ການຕໍານິຕິຊົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອນໍາພາສະມາຊິກພັກພາຍໃນໜ່ວຍຂອງຕົນ ໃຫ້ມີການຫັນປ່ຽນປັບປຸງດີຂຶ້ນໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917 ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ ສະມາຊິກພັກ,ນາຍ ແລະ ພົນຕໍາຫຼວດ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດໃໝ່ທີ່ໃຫຍ່ກ່ວາເກົ່າ. ຫຼັງຈາກສໍາເລັດກອງປະຊຸມ ໄດ້ມີພິທີມອບ-ຮັບຄອມພິວເຕີ ຈໍານວນ 1 ຊຸດ ລາຄາ 3.500.000 ກີບ ໃຫ້ກອງກໍ່ສ້າງຮາກຖານ 917 ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງ ຕາງໜ້າມອບໂດຍ ຮທ ພຸດປະເສີດ ພັນທະວົງ ແລະ ຮທ ສອນສະຫວັນ ໄຊຍະວົງ ພະນັກງານຮາກຖານ ປະຈໍາບ້ານ ປຸງເໜືອ ແລະ ຕາງໜ້າຮັບໂດຍ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917.
