ໃນຄັ້ງວັນທີ 04 ມິຖຸນາ 2026 ກອງກໍ່ສ້າງຮາກຖານການເມືອງ 914 ປະຈຳຢູ່ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ມອບລົດຈັກ 01 ຄັນ ຍີ່ຫໍ້ Honda ລຸ້ນ PCX 150, ລົດຄັນດັ່ງກ່າວແມ່ນລັກລອບນໍາເຂົ້າບໍ່ຖືກກົດໝາຍ ເຊີ່ງພະນັກງານກອງກໍ່ສ້າງຮາກຖານການເມືອງ 914 ສົມທົບກັບ ປກສ ກຸ່ມຊຽງກົກ ຍືດຂອງກາງມາໄດ້ໃນວັນທີ 31 ພຶດສະພາ 2026.
ກອງກໍ່ສ້າງຮາກຖານ 915 ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ (1 ມິຖຸນາ 1924 – 1 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 1 ມິຖຸນາ 2026) ເພື່ອສ້າງພື້ນທີ່ສີຂຽວໃຫ້ແກ່ສັງຄົມ ແລະ ປຸກຈິດສຳນຶກໃນການອະນຸລັກຊັບພະຍາກອນທຳມະຊາດ, ນຳພາໂດຍ ພັຕ ລຳພອນ ໄຊຍະວົງ ຮອງກອງກໍ່ສ້າງຮາກຖານ
ກອງກໍ່ສ້າງຮາກຖານ 917 ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງກຸ່ມ ຫີນບູນ ປະຈໍາ 06 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການໃນ 06 ເດືອນທ້າຍປີ 2026 ຂຶ້ນຢູ່ ຫ້ອງການປົກຄອງບ້ານ ປຸ່ງໃຕ້ ເມືອງ ຫີນບູນ ແຂວງ ຄໍາມ່ວນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917, ມີ ພັທ ສົມພັນ ແກ້ວມີໄຊ ຮອງກອງກໍ໋ສ່າງຮາກຖານ 917 ຜູ້ຊີ້ນຳວຽກງານຮາກຖານຢຸ່ກຸ່ມ ຫີນບູນ, ມີຄະນະກອງເສນາ ແລະ ພະນັກງານຮາກຖານ ປະຈຳ 12 ບ້ານ ທີ່ຂຶ້ນກັບກຸ່ມຫີນບູນ ເຂົ້າຮ່ວມ.
ໃນວັນທີ 29 ພຶດສະພາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ແຫ່ງຊາດ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ (1 ມິຖຸນາ 1924 – 1 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 1 ມິຖຸນາ 2026) ເພື່ອສ້າງພື້ນທີ່ສີຂຽວໃຫ້ແກ່ສັງຄົມ ແລະ ປຸກຈິດສຳນຶກໃນການອະນຸລັກຊັບພະຍາກອນທຳມະຊາດ.
ໃນວັນທີ 01 ມີຖຸນາ 2026 ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມເາຂົ້າຮ່ວມຂະບວນການປູກຕົ້ນໄມ້ແຫ່ງຊາດ ກະຊວງປ້ອງກັນຄວາມສະຫງົບຈັດຂື້ນ ທີ່ ວິທະຍາໄລພະລາທິການປ້ອງກັນຄວາມສະຫງົບ (ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ)
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບ ໜ້າທີ່ຫົວໜ້າພະແນກອາຊີບ ແລະ ພາຫະນະພິເສດ, ພະແນກພາລາທິການ, ພະແນກຄຸ້ມຄອງຄວາມສະຫງົບ ກຸ່ມບ້ານ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ ພາຍໃນພະແນກເຂົ້າຮ່ວມ.