ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມເາຂົ້າຮ່ວມຂະບວນການປູກຕົ້ນໄມ້ແຫ່ງຊາດ ກະຊວງປ້ອງກັນຄວາມສະຫງົບຈັດຂື້ນ ທີ່ ວິທະຍາໄລພະລາທິການປ້ອງກັນຄວາມສະຫງົບ

 ໃນວັນທີ 01 ມີຖຸນາ 2026 ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດທີ່ກະຊວງປ້ອງກັນຄວາມສະຫງົບຈັດຂື້ນຢູ່ທີ່ ວິມະຍາໄລພະລາທິການກະຊວງປ້ອງກັນຄວາມສະຫງົບ (ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ) ນຳພາໂດຍພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ,  ພ້ອມດ້ວຍຄະນະພັກ, ຫົວໜ້າພະແນກ, ຄະນະພະແນກ ພາຍໃນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າຮ່ວມ. 
ການປູກຕົ້ນໄມ້ຄັ້ງນີ້, ນອກຈາກເປັນການສະເຫລີມສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດແລ້ວ, ຍັງປະກອບສ່ວນເຮັດໃຫ້ວິທະຍາໄລພະລາທິການປ້ອງກັນຄວາມສະຫງົບ ເພີ່ມຄວາມສີຂຽວໃນຕໍ່ໜ້າ. ພ້ອມນີ້, ຍັງເປັນການຟື້ນຟູ, ປົກປັກຮັກສາປ່າໄມ້ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ອຸດສາຫະກຳ ຈຳນວນ 100 ກວ່າເບ້ຍ.