ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ແຫ່ງຊາດ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ (1 ມິຖຸນາ 1924 – 1 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 1 ມິຖຸນາ 2026)

ໃນວັນທີ 29 ພຶດສະພາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ແຫ່ງຊາດ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ (1 ມິຖຸນາ 1924 – 1 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 1 ມິຖຸນາ 2026) ເພື່ອສ້າງພື້ນທີ່ສີຂຽວໃຫ້ແກ່ສັງຄົມ ແລະ ປຸກຈິດສຳນຶກໃນການອະນຸລັກຊັບພະຍາກອນທຳມະຊາດ, ນຳພາໂດຍ ພັອ ສົມສະນິດ ຈັນທະວົງ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດ້ວຍຄະນະພັກ, ຫົວໜ້າພະແນກ, ຄະນະພະແນກ ແລະ ພະນັກງານນັກຮົບທົ່ວກົມ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິດຈະກຳໃນຄັ້ງນີ້ ນອກຈາກຈະເປັນການຮ່ວມສະຫຼອງສອງວັນສຳຄັນແຫ່ງຊາດແລ້ວ ຍັງເປັນການສະແດງອອກເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ສົ່ງເສີມໃຫ້ພະນັກງານນັກຮົບທຸກຄົນ ມີຈິດສຳນຶກໃນການຮັກສາ ແລະ ຟື້ນຟູປ່າໄມ້, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສີຂຽວ, ສະອາດ ແລະ ຍືນຍົງ, ນອກຈາກການປູກຕົ້ນໄມ້ແລ້ວ, ຄະນະພັກ, ຄະນະນຳ ແລະ ພະນັກງານນັກຮົບຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ພ້ອມກັນຈັດກິດຈະກຳອານາໄມ, ເກັບກວາດຂີ້ເຫຍື້ອ, ອະນາໄມຫ້ອງການອ້ອມຂ້າງກົມໃຫ້ສະອາດ, ເປັນລະບຽບ ແລະ ສວຍງາມ. ກິດຈະກຳດັ່ງກ່າວເປັນການປຸກລະດົມຈິດສຳນຶກໃຫ້ພະນັກງານນັກຮົບຮັກສາຄວາມສະອາດ, ເບິ່ງແຍງສິ່ງແວດລ້ອມ ແລະ ສ້າງສະພາບແວດລ້ອມໃນບ່ອນເຮັດວຽກໃຫ້ສະອາດ, ຂຽວງາມ ແລະ  ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມຕັ້ງໃຈຂອງພະນັກງານນັກຮົບໃນການປະຕິບັດຂະບວນການປູກຕົ້ນໄມ້ແຫ່ງຊາດ ໃຫ້ບັນລຸຜົນດີ ແລະ ສ້າງປະໂຫຍດຕໍ່ສັງຄົມ ແລະ ປະເທດຊາດຢ່າງຍືນຍົງ.