ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານການເມືອງ 915 ປູກຕົ້ນໄມ້ ເນື້ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ.

ໃນວັນທີ 01 ມິຖຸນາ 2026 ທີ່ຜ່ານມາກອງກໍ່ສ້າງຮາກຖານ 915 ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ (1 ມິຖຸນາ 1924 – 1 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 1 ມິຖຸນາ 2026) ເພື່ອສ້າງພື້ນທີ່ສີຂຽວໃຫ້ແກ່ສັງຄົມ ແລະ ປຸກຈິດສຳນຶກໃນການອະນຸລັກຊັບພະຍາກອນທຳມະຊາດ, ນຳພາໂດຍ ພັຕ ລຳພອນ ໄຊຍະວົງ ຮອງກອງກໍ່ສ້າງຮາກຖານ 915, ພ້ອມດ້ວຍຄະນະ ແລະ  ພະນັກງານກອງກໍ່ສ້າງຮາກຖານ 915 ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ 

ການຈັດກິດຈະກຳໃນຄັ້ງນີ້ ນອກຈາກຈະເປັນການຮ່ວມສະຫຼອງສອງວັນສຳຄັນແຫ່ງຊາດແລ້ວ ຍັງເປັນການສະແດງອອກເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ສົ່ງເສີມໃຫ້ພະນັກງານນັກຮົບທຸກຄົນ ມີຈິດສຳນຶກໃນການຮັກສາ ແລະ ຟື້ນຟູປ່າໄມ້, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສີຂຽວ, ສະອາດ ແລະ ຍືນຍົງ ນອກຈາກນີ້ປ່າໄມ້ຍັງມີຄວາມສຳຄັນ ແລະ ຜົນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ທີ່ຜິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ດັ່ງນັ້ນພັກ ແລະ ລັດທະບານລາວ ຈຶ່ງໄດ້ກຳນົດເອົາວັນທີ 01 ມິຖຸນາ ຂອງທຸກໆປີ, ເຊິ່ງກົງກັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. 

ນອກຈາກການປູກຕົ້ນໄມ້ແລ້ວຄະນະພັກ, ຄະນະນຳ ກອງກໍ່ສ້າງຮາກຖານ 915 ແລະ ພະນັກງານນັກຮົບຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ພ້ອມກັນຈັດກິດຈະກຳອານາໄມ, ເກັບກວາດຂີ້ເຫຍື້ອ, ອະນາໄມຫ້ອງການໃຫ້ສະອາດ, ເປັນລະບຽບ ແລະ ສວຍງາມ, ກິດຈະກຳດັ່ງກ່າວເປັນການປຸກລະດົມຈິດສຳນຶກໃຫ້ພະນັກງານນັກຮົບຮັກສາຄວາມສະອາດ, ເບິ່ງແຍງສິ່ງແວດລ້ອມ ແລະ ສ້າງສະພາບແວດລ້ອມໃນບ່ອນເຮັດວຽກໃຫ້ສະອາດ, ຂຽວງາມ ທັງແນ່ໃສ່ເຮັດໃຫ້ຫ້ອງການ, ທີ່ພັກກາຍເປັນພື້ນທີ່ສີຂຽວ ແລະ ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດຸນໃຫ້ແກ່ທຳມະຊາດ ກໍຄືປະກອບສ່ວນໃຫ້ແກ່ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນປ່າ ແລະ ຄືນຄວາມສົມບູນໃຫ້ແກ່ທຳມະຊາດ ແລະ  ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມຕັ້ງໃຈຂອງພະນັກງານນັກຮົບໃນການປະຕິບັດຂະບວນການປູກຕົ້ນໄມ້ແຫ່ງຊາດ ໃຫ້ບັນລຸຜົນດີ ແລະ ສ້າງປະໂຫຍດຕໍ່ສັງຄົມ ແລະ ປະເທດຊາດຢ່າງຍືນຍົງ.