ຄະນະຊີ້ນຳວຽກງານຮາກຖານ ກຸ່ມ ຫີນບູນ ກອງກໍ່ສ້າງຮາກຖານ 917 ສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 06 ເດືອນທ້າຍປີ 2026
ໃນວັນທີ 1 ມີຖຸນາ 2026 ຄະນະຊີ້ນຳຮາກຖານ ກຸ່ມຫີນບູນ ກອງກໍ່ສ້າງຮາກຖານ 917 ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງກຸ່ມ ຫີນບູນ ປະຈໍາ 06 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການໃນ 06 ເດືອນທ້າຍປີ 2026 ຂຶ້ນຢູ່ ຫ້ອງການປົກຄອງບ້ານ ປຸ່ງໃຕ້ ເມືອງ ຫີນບູນ ແຂວງ ຄໍາມ່ວນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917, ມີ ພັທ ສົມພັນ ແກ້ວມີໄຊ ຮອງກອງກໍ໋ສ່າງຮາກຖານ 917 ຜູ້ຊີ້ນຳວຽກງານຮາກຖານຢຸ່ກຸ່ມ ຫີນບູນ, ມີຄະນະກອງເສນາ ແລະ ພະນັກງານຮາກຖານ ປະຈຳ 12 ບ້ານ ທີ່ຂຶ້ນກັບກຸ່ມຫີນບູນ ເຂົ້າຮ່ວມ.
ໃນກອງປະຊຸມ
ພັຕ ເພັດສະໝອນ ແກ້ວມະນີ ຮອງຜູ້ຊີ້ນຳວຽກງານຮາກຖານ ກຸ່ມ ຫີນບູນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 06 ເດືອນທ້າຍປີ 2026 ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ສຸ່ມໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ເຊິ່ງໄດ້ເອົາໃຈໃສ່ນຳພາ ແລະ ຊຸກຍູ້ອໍານາດການປົກຄອງບ້ານ, ກຳລັງ ປກຊ -ປກສ ບ້ານ ເຄື່ອນໄຫວເຮັດໜ້າທີ່ປ້ອງກັນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ກອງປະຊຸມໃຫຍ່ອົງຄະນະພັກແຂວງ, ປ້ອງກັນການປ້ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ 12, ສະມາຊິກສະພາແຂວງ ຊຸດທີ 5 ແລະ ວັນບຸນສຳຄັນຕ່າງໆຂອງຊາດ ຕະຫຼອດ 24 ຊົ່ວໂມງ ໄດ້ 232 ຄັ້ງ, ພະນັກງານກໍ່ສ້າງຮາກຖານແຕ່ລະບ້ານໄດ້ລົງເຜີຍແຜ່ມະຕິຄໍາສັ່ງ, ຂໍ້ຕົກລົງ ແລະ ນິຕິກໍາຕ່າງໆໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນຮັບຮູ້, ເຂົ້າໃຈກົດລະບຽບ ແລະ ກົດໝາຍທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ໄດ້ສົມທົບກັບ ປກສ ກຸ່ມ ຫີນບູນ, ການຈັດຕັ້ງບ້ານ ແລະ ປກຊ- ປກສ ບ້ານສຶກສາອົບຮົມກຸ່ມໄວລຸ້ນມົ່ວສຸ່ມ ກິນນ້ຳກະທ້ອມ, ຢາສູບໄຟຟ້າ ແລະ ດື່ມນ້ຳຄໍລະເຈັນ ມີ 6 ຄັ້ງ ຈຳນວນ 38 ຄົນ ຍິງ 16 ຄົນ ມີຜູ້ເຂົ້າຮ່ວມ 56 ຄົນ ຍິງ 38 ຄົນ. ວຽກງານຄຸ້ມຄອງສຳມະໂນຄົວ ບ້ານຫີນບູນ ມີ 87 ໜ່ວຍ, ມີ 1,436 ຫຼັງຄາເຮືອນ ມີ 1,436 ຄອບຄົວ ມີພົນລະເມືອງ 7,533 ຄົນ ຍິງ 3,804 ຄົນ, ອາຍຸ 15 ປີຂຶ້ນໄປມີ 5,065 ຄົນ ຍິງ 2,892 ຄົນ ໄດ້ຂຶ້ນສຳມະໂນຄົວ ທັງໝົດ 7,485 ຄົນຍິງ 3,780 ຄົນ, ອາຍຸ 15 ປີຂຶ້ນໄປທີ່ໄດ້ຂຶ້ນສຳມະໂນຄົວ ມີ 5,065 ຄົນ ຍິງ 2,892 ຄົນ, ບໍ່ໄດ້ຂຶ້ນສໍາມະໂນຄົວເປັນບຸກຄົນ ມີ 48 ຄົນ ຍິງ 24 ຄົນ, ອາຍຸ 15ປີ ຂຶ້ນໄປ ມີ 10 ຄົນ ຍິງ 04 ຄົນ, ເກັບກໍາຄົນມາພັກເຊົາຊົ່ວຄາວ ໄດ້ 12 ຄັ້ງ ມີ 314 ຄົນ, ເກັບກຳຄົນບໍ່ມີໜ້າຊົ່ວຄາວໄດ້ 890 ຄົນ ຍິງ 530 ຄົນ ໄປເຮັດວຽກຕ່າງເມືອງ, ຕ່າງແຂວງ 349 ຄົນ ຍິງ 108 ຄົນ, ໄປເຮັດວຽກຢູ່ຕ່າງປະເທດ ມີ 543 ຄົນ ຍິງ 422 ຄົນ. ສ່ວນທິດທາງແຜນການຕໍ່ໜ້າ ຈະໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນໃຫ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງ ພັກ-ລັດ, ລະບຽບກົດໝາຍ, ນິຕິກໍາຕ່າງໆໃຫ້ມີສະຕິຕໍ່ການຈັດຕັ້ງ ແລະ ເຄົາລົບກົດໝາຍ, ສືບຕໍ່ຄຸ້ມຄອງ ແລະ ກວດກາບັນດາຈຸດຫຼໍ່ແຫຼມ, ຈຸດຂ້າມລອຍ ຢູ່ລຽບຕາມຊາຍແດນ ລາວ -ໄທ ເພື່ອປ້ອງກັນກຸ່ມຄົນບໍ່ດີທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕ່າງໆ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອປະເມີນການສ້າງຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ແລະ ບ້ານປອດຢາເສບຕິດ, ສືບຕໍ່ປະສານສົມທົບກັບອຳນາດການປົກຄອງບ້ານ ຊຸກຍູ້ ແລະ ປຸກລະດົມ ປະຊາຊົນ ຜູ້ທີ່ມີອາຍຸ 15 ປີຂຶ້ນໄປຕ້ອງໄດ້ໄປເຮັດບັດປະຈຳຕົວດີຈີຕ໋ອນແບບ ໃໝ່ໃຫ້ສຳເລັດ.
ໃນທ້າຍກອງປະຊຸມ ທ່ານ ພັທ ສີສຸພັນ ແສງວົງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສາມາດຍາດມາໄດ້ໃນໄລຍະ 06 ເດືອນທີ່ຜ່ານມາ ຄຽງຄູ່ກັບດ້ານດີນີ້ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸ່ມຄື: ສືບຕໍ່ການລົງກໍ່ສ້າງຮາກຖານປະຈໍາແຕ່ລະບ້ານ ຕາມ 04 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດສຸ່ມ, ເອົາໃຈໃສ່ ວຽກງານຄຸ້ມຄອງສໍາມະໂນຄົວລາວ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນຕ່າງປະເທດທີ່ມາພັກເຊົາອາໃສຢູ່ເຮືອນ, ຫ້ອງແຖວ ແລະ ເຮືອນພັກ, ເຂົ້າຮ່ວມແກ້ໄຂວຽກງານກັບພາກສ່ວນວິຊາສະເພາະຢ່າງແຂງແຮງ ແລະ ໃຫ້ສືບຕໍ່ປະຕິບັດວຽກງານຕາມຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.