ກອງກໍ່ສ້າງຮາກຖານການເມືອງ 914 ມອບ-ຮັບເຄື່ອງຂອງກາງ
ໃນຄັ້ງວັນທີ 04 ມິຖຸນາ 2026 ກອງກໍ່ສ້າງຮາກຖານການເມືອງ 914 ປະຈຳຢູ່ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ມອບລົດຈັກ 01 ຄັນ ຍີ່ຫໍ້ Honda ລຸ້ນ PCX 150, ລົດຄັນດັ່ງກ່າວແມ່ນລັກລອບນໍາເຂົ້າບໍ່ຖືກກົດໝາຍ ເຊີ່ງພະນັກງານກອງກໍ່ສ້າງຮາກຖານການເມືອງ 914 ສົມທົບກັບ ປກສ ກຸ່ມຊຽງກົກ ຍືດຂອງກາງມາໄດ້ໃນວັນທີ 31 ພຶດສະພາ 2026.
ລົດຄັນດັ່ງກ່າວແມ່ນມອບໃຫ້ກອງພາສີແຂວງ ຫຼວງນ້ຳທາ ເພື່ອນຳໄປດຳເນີນຕາມລະບຽບກົດໝາຍ ຕ່າງໜ້າມອບໂດຍ ພັທ ຄຳເພື່ອນ ພົມໂສພາ ຮອງຫົວໜ້າກອງກໍ່ສ້າງຮາກຖານ 914 ແລະ ຕ່າງໜ້າຮັບໂດຍທ່ານ ຄຳສັກສິດ ພິມມະແສງ ຫົວໜ້າຂະແໜງກວດກາ ສືບສວນ-ສອບສວນການຂ້າຂາຍເຖື່ອນ ພາສີປະຈຳແຂວງຫຼວງນ້ຳທາ.
ພາບ ແລະ ຂ່າວ: ຮຕ ສົງການ ລາດສະບຸດ
ກອງກໍ່ສ້າງຮາກຖານ 914ເມືອງ ລອງ ແຂວງ ຫຼວງນ້ຳທາ