ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊີ້ນຳວຽກງານ ແລະ ປະກາດການຈັດຕັ້ງ ຮອງກອງ 917 ຜູ້ໃໝ່

Photoໃນວັນທີ 08 ມີຖຸນາ 2026 ທີ່ສະໂມສອນ ປກສ ເມືອງຫີນບູນໄດ້ຈັດພິທີປະກາດການຈັດຕັ້ງຮອງຫົວໜ້າກອງກໍ່ສ້າງຮາກຖານ 917 ໂດຍເປັນປະທານຂອງ ພັອ ລຳໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917, ມີຄະນະຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ຄຳມ່ວນ,ຄະນະກອງບັນຊາການ ປກສ ເມືອງ ຫີຄນບູນ ແລະ ພະນັກງານພາຍໃນກອງກໍ່ສ້າງຮາກຖານ 917 ເຂົ້າຮ່ວມ.

 

Photoໃນພິທີ ພັຕ ເພັງ ພັນທະວົງ ຕາງໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ເລກທີ 1738/ກມປສ ລົງວັນທີ 20 ເມສາ 2026 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຕົກລົງ ຍົກຍ້າຍ ພັທ ສົມພາວັນ ພັນດານຸວົງ ຈາກພະແນກພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ ກອງກໍ່ສ້າງຮາກຖານ 917, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ເລກທີ 1739/ກມປສ ລົງວັນທີ 20 ເມສາ 2026 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕົກລົງແຕ່ງຕັ້ງ ພັທ ສົມພາວັນ ພັນດານຸວົງ ເປັນຮອງຫົວໜ້າກອງກໍ່ສ້າງຮາກຖານ 917, ມະຕິຕົກລົງຂອງ ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເລກທີ 274/ຄພ ຄກຖ ລົງວັນທີ 02 ມີຖຸນາ 2026 ວ່າດ້ວຍການບົ່ງຕົວແຕ່ຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແຕ່ງຕັ້ງ ສະຫາຍ ພັທ  ສົມພາວັນ ພັນດານຸວົງ ເປັນຮອງເລຂາ.

ພ້ອມນັ້ນPhoto ພັອ ລໍາໄພ ຍົດປະໄພ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກອງກໍ່ສ້າງຮາກຖານ 917 ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມດຽວກັນນັ້ນທ່ານກໍ່ໄດ້ເນັ້ນໜັກໃຫ້ຜູ້ທີ່ແຕ່ງຕັ້ງ  ໃໝ່ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ສ້າງຄວາມສາມັກຄີພາຍໃນພາຍນອກ, ສືບຕໍ່ປັບປຸງກົງຈັກໃຫ້ເປັນລະບົບ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກໃຫ້ມີຜົນສຳເລັດ ແລະ ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງໃຫ້ເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ປະຕິບັດວຽກງານໃຫ້ມີຜົນສຳເລັດ.