ປະກາດກົງຈັກການຈັດຕັ້ງ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ກອງກໍ່ສ້າງຮາກຖານການເມືອງ 915 ປະຈໍາຢູ່ເມືອງອານຸວົງ ແຂວງໄຊສົມບູນ
ໃນວັນທີ 11 ມິຖຸນາ 2026 ທີ່ສະໂມສອນກອງບັນຊາການ ປກສ ເມືອງ ອະນຸວົງ ໄດ້ເປີດກອງປະຊຸມປະກາດກົງຈັກການຈັດຕັ້ງ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານກອງກໍ່ສ້າງຮາກຖານ 915 ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານໂດຍ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ພັອ ທອງພຽນ ກົງສະເດັດ ຄະນະພັກກອງບັນຊາການ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄຊສົມບູນມີບັນດາຄະນະກອງກໍ່ສ້າງຮາກຖານການເມືອງ 915, ກອງບັນຊາການ ປກສ ເມືອງ ອະນຸວົງ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງບັນຊາການທະຫານແຂວງ, ກອງປະຕິບັດງານ 210 ຂອງກະຊ່ວງປ້ອງກັນປະເທດ, ຄະນະຕາແສງ ໄຊຊະນະ ແລະ ຕະຫຼອດຮອດພະນັກງານກອງກໍ່ສ້າງຮາກຖານການເມືອງ 915 ເຂົ້າຮ່ວມ.
ໃນວາລະກອງປະຊຸມ ພັທ ບຸນເພັງ ຈັນທະລັງສີ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 915 ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານ ເຊິ່ງສາມາດຍົກໃຫ້ເຫັນເຖິງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ວຽກງານທີ່ຈະສືບຕໍ່ໃນຕໍ່ໜ້າ, ຈາກນັ້ນທ່ານ ພັຕ ວົງເພັດ ແພງສຸວັນ ຫົວໜ້າໜ່ວຍງານກໍ່ສ້າງພັກພະນັກງານ, ພະແນກການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ລົງກໍ່ສ້າງຮາກຖານການເມືອງ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ສະບັບເລກທີ 1454/ປກສ ລົງວັນທີ 18 ພຶດສະພາ 2026, ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັທ ບຸນຮັງ ໄຊຍະແສງ ແລະ ສະຫາຍ ຮອ ອາລາມ ສີບຸນສົງ ລົງກໍ່ສ້າງຮາກຖານຢູ່ກອງກໍ່ສ້າງຮາກຖານ 915; ມະຕິຕົກລົງຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 274/ຄພຄກຖ ລົງວັນທີ 02 ມິຖຸນາ 2026, ໄດ້ແຕ່ງຕັ້ງ ສະຫາຍ ພັຕ ລໍາພອນ ໄຊຍະວົງ ເປັນຮອງເລຂາໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 915 ແລະ ສະຫາຍ ພັທ ບຸນຮັງ ໄຊຍະແສງ ເປັນຄະນະພັກ, ຜູ້ກວດກາພັກ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງ ໜ່ວຍງານຂອງຫ້ອງການກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ທີ່ຂຶ້້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 3270/ຄກຖ ລົງວັນທີ 06 ພຶດສະພາ 2026, ໄດ້ແຕ່ງຕັ້ງສະຫາຍ ຮອ ຈັນສີ ເຮືອງນັນໂທ ເປັນຫົວໜ້າໜ່ວຍງານ ແລະ ສະຫາຍ ຮອ ອາລາມ ສີບຸນສົງ ເປັນຮອງຫົວ ໜ້າໜ່ວຍງານບໍລິຫານ; ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 1739/ກມປສ ລົງວັນທີ 20 ເມສາ 2026, ໄດ້ແຕ່ງຕັ້ງສະຫາຍ ພັທ ບຸນຮັງ ໄຊຍະແສງ ເປັນຮອງກອງກໍ່ສ້າງຮາກຖານ 915.
ໃນໃນໂອກາດນີ້ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກຕໍ່ຄະນະພັກ ແລະ ພະນັກງານນັກຮົບແຕ່ລະສະຫາຍ ໃຫ້ສືບຕໍ່ເຮັດວຽກງານການເມືອງນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນ ຢ່າງເປັນປົກກະຕິ ແລະ ທົ່ວເຖິງ, ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ເປັນເຈົ້າການຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ, ລົງຊຸກຍູ້ສົ່ງເສີມວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ, ປັບປຸງລະບອບປະຊາທິປະໄຕຂັ້ນຮາກຖານ, ເອົາໃຈໃສ່ເກັບກຳຂຶ້ນບັນຊີບັນດາເປົ້າໝາຍໜໍ່ແໜງກໍ່ຄວາມບໍ່ສະຫງົບພາຍໃນບ້ານ, ຄຸ້ມຄອງອາຊີບພິເສດ-ພາຫະນະພິເສດ, ຕິດຕາມກວດກາຄົນເຂົ້າ-ອອກ, ຄົນເພີ່ມ-ຄົນຫຼຸດ, ຄົນພັກເຊົາຊົ່ວຄາວ-ບໍ່ມີໜ້າຊົ່ວຄາວ, ຄົນຕ່າງປະເທດທີ່ມາເຂົ້າມາເຄື່ອນໄຫວຢູ່ພາຍໃນເຂດຄວາມຮັບຜິດຊອບ ໃຫ້ໄດ້ຢ່າງມີປະສິດຖິຜົນ.
ພາບ,ຂ່າວ: ກອງກໍ່ສ້າງຮາກຖານການເມືອງ 915