ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າວ່າງກະຕ່າໝາກໄມ້ ແລະ ຢ້ຽມຊົມຫໍມູນເຊື້ອ ຢູ່ອານຸສອນປະທານໂຮ່ຈີມິນ ເມືອງໜອງບົກ ແຂວງຄຳມ່ວນ
ໃນວັນທີ 10 ມິຖຸນາ 2026, ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທ່ານ ສຸລິນ ພົມມະໄຊ ກຳມະການພັກແຂວງຄຳມ່ວນ, ເລຂາຄະນະບໍລິຫານງານພັກເມືອງໜອງບົກ, ພັອ ຄຳ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາ ຄະນະກົມ, ຄະນະກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ກອງກໍ່ສ້າງຮາກຖານການເມືອງ 922 ແລະ ພະນັກງານກົມ 509 ໄດ້ເຂົ້າວ່າງກະຕ່າໝາກໄມ້ ແລະ ເຂົ້າຢ້ຽມຊົມອານຸສອນປະທານໂຮ່ຈີມິນ ພ້ອມທັງເຂົ້າຢ້ຽມຊົມຫໍມູນເຊື້ອ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ເພື່ອສຶກສາຮຽນຮູ້ປະຫວັດການປະຕິວັດ, ຄຸນງາມຄວາມດີ ແລະ ຜົນງານ ແລະ ການອຸທິດຕົນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ຜູ້ນຳທີ່ໂດດເດັ່ນຂອງຂະບວນການປະຕິວັດຫວຽດນາມ ແລະ ຜູ້ມີສ່ວນສຳຄັນໃນການສ້າງສາຍພົວພັນມິດຕະພາບອັນດີງາມ ລາວ-ຫວຽດນາມ.
ການເຂົ້າຢ້ຽມຊົມ ແລະ ວ່າງກະຕ່າໝາກໄມ້ໃນຄັ້ງນີ້ ຈັດຂຶ້ນເນື່ອງໃນໂອກາດທີ່ ພົຈວ ແກ່ນຈັນ ພົມມະຈັກ ພ້ອມຄະນະ ໄດ້ລົງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີການຝຶກອົບຮົມວຽກງານກໍ່ສ້າງຮາກຖານ ຕິດພັນກັບວຽກງານ 3 ສ້າງ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ກິດຈະກຳດັ່ງກ່າວ ມີຄວາມໝາຍສຳຄັນໃນການປູກຝັງອຸດົມການປະຕິວັດ, ຍົກສູງຄວາມຮັບຮູ້ທາງການເມືອງ-ແນວຄິດ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ພະນັກງານ ໃນການປະຕິບັດໜ້າທີ່ຮັບໃຊ້ປະເທດຊາດ ແລະ ປະຊາຊົນ.
ພາຍຫຼັງການວ່າງກະຕ່າໝາກໄມ້, ຄະນະໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອ, ຮັບຟັງການແນະນຳກ່ຽວກັບບັນດາເອກະສານ, ຮູບພາບ, ວັດຖຸພັນ ແລະ ຫຼັກຖານທາງປະຫວັດສາດທີ່ຈັດວາງສະແດງ, ການເຂົ້າຢ້ຽມຊົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການລະນຶກເຖິງຄຸນງາມຄວາມດີຂອງຜູ້ນຳປະຕິວັດເທົ່ານັ້ນ, ແຕ່ຍັງເປັນການສຶກສາຖອດຖອນບົດຮຽນ ເພື່ອນຳມາໝູນໃຊ້ເຂົ້າໃນການນຳພາ-ບັນຊາ ແລະ ການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນສູງຂຶ້ນ.
ກິດຈະກຳດັ່ງກ່າວ ໄດ້ດຳເນີນໄປທ່າມກາງບັນຍາກາດອັນອົບອຸ່ນ, ເຄັ່ງຂຶມ ແລະ ສະແດງເຖິງຄວາມເຄົາລົບລະນຶກເຖີງຄຸນງາມຄວາມດີຂອງບັນດາຜູ້ນຳປະຕິວັດ ພ້ອມທັງສືບຕໍ່ຮັກສາ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຍືນຍົງຕະຫຼອດໄປ.
ພາບ,ຂ່າວ: ຮອ ພິລະພົນ ວົງພັກດີ