ພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ເມືອງໜອງບົກ ແຂວງຄຳມ່ວນ
ໃນວັນທີ 10 ມີຖຸນາ 2026 ທີ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍໄດ້ຮັບກຽດເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທ່ານ ສຸລິນ ພົມມະໄຊ ກຳມະການພັກແຂວງຄຳມ່ວນ, ເລຂາຄະນະບໍລິຫານງານພັກເມືອງໜອງບົກ, ພັອ ຄຳ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາ ຄະນະກົມ, ຄະນະກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ກອງກໍ່ສ້າງຮາກຖານການເມືອງ 922, ອຳນາດການປົກຄອງບ້ານ ພະນັກງານຮາກຖານການເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ພັທ ສົງການ ເພັງພະຈັນ ຮອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຂື້ນຜ່ານບົດລາຍງານການຝືກອົບຮົມໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ຈັດຂຶ້ນຕາມແຜນການ ເພື່ອຍົກລະດັບຄຸນນະພາບວຽກງານກໍ່ສ້າງຮາກຖານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢູ່ 4 ກຸ່ມບ້ານ ເມືອງໜອງບົກ ແຂວງຄຳມ່ວນ ໄລຍະປີ 2026-2029 ໂດຍໄດ້ດຳເນີນການເປັນເວລາ 3 ວັນ ມີຈຳນວນພົນເຂົ້າຮ່ວມທັງໝົດ 106 ສະຫາຍ, ໃນນັ້ນ ມີນັກສຳມະນາກອນ 65 ສະຫາຍ, ຄູ່-ອາຈານ 9 ສະຫາຍ, ມີແຂກຖືກເຊີນ ແລະ ຄະນະຮັບຜິດຊອບຝຶກອົບຮົມຈຳນວນ 32 ສະຫາຍ, ໃນການຝຶກອົບຮົມ ໄດ້ສຸມໃສ່ການເຜີຍແຜ່, ເຊື່ອມຊືມບັນດານິຕິກຳ ແລະ ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ບົດບາດໜ້າທີ່ຂອງພະນັກງານກໍ່ສ້າງຮາກຖານການເມືອງ ພ້ອມທັງວິທີການຄຸ້ມຄອງເກັບກຳການເໜັງຕິງຂອງພົນລະເມືອງ, ການປັບປຸງອົງການປົກຄອງບ້ານ, ການປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງ ແລະ ທັນສະໄໝ, ຕະຫຼອດໄລຍະການຝຶກອົບຮົມ ບັນດານັກສຳມະນາກອນໄດ້ມີຄວາມຕັ້ງໃຈ, ມີວິໄນ ແລະ ມີສ່ວນຮ່ວມໃນການສົນທະນາແລກປ່ຽນບົດຮຽນຢ່າງເລີກເຊີ່ງ, ເຫັນວ່ານັກສຳມະນາກອນມີຄວາມເຂົ້າໃຈດີຂຶ້ນກ່ຽວກັບວຽກງານວິຊາສະເພາະ, ສາມາດນຳເອົາຄວາມຮູ້ໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງ ແລະ ຊ່ວຍຍົກສູງປະສິດທິຜົນວຽກງານຢູ່ຮາກຖານ.
ໂນໂອກາດນີ້ ປະທານກອງປະຊຸມຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫຼັກສູດ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ຄູ-ອາຈານ ແລະ ຜູ້ເຂົ້າຮ່ວມຝືກອົບຮົມທຸກສະຫາຍ ທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງ ຈົນເຮັດໃຫ້ການຝຶກອົບຮົມບັນລຸຜົນຕາມແຜນທີ່ວາງໄວ້.
ໃນໂອກາດດັ່ງກ່າວ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ພ້ອມທັງຂັ້ນຕອນ ແລະ ວິທີການລົງກໍ່ສ້າງຮາກຖານການເມືອງ ໃຫ້ຖືກຕ້ອງຕາມແນວທາງ, ຫຼັກການ ແລະ ລະບຽບການທີ່ວາງອອກ, ພ້ອມດຽວກັນນັ້ນ ທ່ານໄດ້ເນັ້ນໜັກໃຫ້ພະນັກງານກໍ່ສ້າງຮາກຖານການເມືອງ ຍົກສູງຄວາມຮັບຜິດຊອບ, ຍຶດໝັ້ນຈັນຍາບັນວິຊາຊີບ, ໃກ້ຊິດຕິດແທດກັບປະຊາຊົນ, ຮັບຟັງຄວາມຄິດເຫັນ ແລະ ສ້າງຄວາມສາມັກຄີພາຍໃນບ້ານ ແລະ ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ປຸກກລະດົມຂົນຂວາຍປະຊາຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ຂັ້ນຮາກຖານ, ພ້ອມທັງນຳເອົາບົດຮຽນ, ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບຈາກການອົບຮົມໄປໝູນໃຊ້ໃນວຽກງານຕົວຈິງ ເພື່ອສ້າງຮາກຖານການເມືອງໃຫ້ເຕີບໃຫຍ່ເຂັ້ມແຂງ, ປອດໄພ, ມີຄວາມສະຫງົບຮຽບຮ້ອຍ ແລະ ສາມາດຮັບໃຊ້ປະຊາຊົນໄດ້ຢ່າງມີປະສິດທິຜົນ.
ພາບ,ຂ່າວ: ຮອ ພິລະພົນ ວົງພັກດີ